70 ປີ ພາຍໃຕ້ການນໍາພາຂອງພັກ ເປັນໄລຍະເວລາທີ່ສະຫວ່າງສະໄຫວ

70 ປີ ພາຍໃຕ້ການນໍາພາຂອງພັກ ເປັນໄລຍະເວລາທີ່ສະຫວ່າງສະໄຫວ

70 ປີ ພາຍໃຕ້ການນໍາພາຂອງພັກ ເປັນໄລຍະເວລາທີ່ສະຫວ່າງສະໄຫວ
ໂດຍ: ມ່ວນ ແກ້ວດວງຕາ ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ພັກ ປປລ) ຄົບຮອບ 70 ປີ ທີ່ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນອັນເລິກເຊິ່ງ, ທ່ານ ສຸກຂະ ຫຼຽນທອງຄໍາ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດ

ແຂວງບໍ່ແກ້ວໄດ້ສະແດງຄວາມຮູ້ສຶກເອກອ້າງທະນົງໃຈ ທີ່ເຫັນວ່າຜ່ານໄລຍະເວລາ 70 ປີ ເປັນໄລຍະເວລາທີ່ສະຫວ່າງສະໄຫວ ທີ່ມີພັກນໍາພາປະຊາຊົນບັນດາເຜົ່າຕໍ່ສູ້ປົດປ່ອຍອອກຈາກຄວາມມືດມົນ ບໍ່ຮູ້ຊາຕາກຳ ຍ້ອນການກົດຂີ່ຂູດຮີດຂອງພວກລ່າເມືອງ ແລະ ນໍາພາປົກປັກຮັກສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງມາເຖິງປັດຈຸບັນ.

ທ່ານ ສຸກຂະ ຫຼຽນທອງຄໍາ ກ່າວວ່າ: ຕະຫຼອດໄລຍະ 70 ປີຜ່ານມາ, ແມ່ນໄລຍະທີ່ພັກ ປປລ ໄດ້ສ້າງໜ້າປະຫວັດສາດອັນມະຫັດສະຈັນ ໃຫ້ແກ່ຊາດ ແລະ ປະຊາຊົນບັນດາເຜົ່າ, ແມ່ນໄລຍະທີ່ພັກເຮົາໄດ້ຜ່ານການທົດສອບ, ເຕີບໃຫຍ່ທາງດ້ານປະລິມານ ແລະ ຄຸນນະພາບ ໂດຍຜ່ານແປວໄຟທີ່ລະອິດລະອ້ຽວ ເຕັມໄປດ້ວຍຂວາກໜາມ, ພາຍຸລົມແດງ ຊຶ່ງມີທັງໂສກເສົ້າ ແລະ ຮອຍຍິ້ມ, ມີທັງໄຊຊະນະ ແລະ ມີການເສຍສະຫຼະອັນໃຫຍ່ຫຼວງ ແຕ່ກໍເປັນໄລຍະເວລາທີ່ສະຫວ່າງສະໄຫວ ທັງມີກຽດທາງປະຫວັດສາດຂອງປະເທດເຮົາ.

ມູນເຊື້ອ ແລະ ໄຊຊະນະປະຫວັດສາດຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ຜົນສໍາເລັດໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດພາຍໃຕ້ການນໍາພາຂອງພັກຕະຫຼອດໄລຍະ 70 ປີຜ່ານມາ ຊຶ່ງ ຍາມໃດກໍຍຶດໝັ້ນລັດທິ-ມາກເລນິນເປັນພື້ນຖານ, ແນວຄິດຂອງ ປະທານໄກສອນພົມວິຫານ ແລະ ຍຶດຖືຫຼັກໝັ້ນຂອງຊົນຊັ້ນກໍາມະກອນຢ່າງສະເໝີຕົ້ນສະເໜີປາຍ ສົມທົບແໜ້ນລະຫວ່າງລັດທິຮັກຊາດອັນແທ້ຈິງກັບລັດທິສາກົນອັນຜ່ອງໃສ ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ. ພັກເຮົາ, ໄດ້ຖືເອົາຜົນປະໂຫຍດຂອງຊາດ, ຂອງປະຊາຊົນ ເປັນສຳຄັນ ແລະ ໃນໄລຍະຜ່ານມາ ພັກກໍໄດ້ໃຫ້ຄວາມເອົາໃຈໃສ່ ຕໍ່ການນໍາພາ-ຊີ້ນໍາ ຕໍ່ກັບວຽກງານກວດກາ; ພັກເຮົາໄດ້ເນັ້ນໜັກໄວ້ວ່າ: “ບໍ່ມີການກວດກາ ກໍໝາຍຄວາມວ່າບໍ່ມີການນໍາພາ” ເພາະວ່າວຽກງານຕິດຕາມ,ກວດກາ ແມ່ນວຽກງານໜຶ່ງທີ່ຕິດພັນກັບທຸກຂົງເຂດວຽກງານ, ເປັນວຽກທີ່ຄະນະພັກຮັບຜິດຊອບໂດຍກົງ, ຕ້ອງເຮັດເປັນປົກກະຕິ ແລະ ຂາດບໍ່ໄດ້ສໍາລັບການນໍາພາຂອງພັກ ແລະ ການຄຸ້ມຄອງລັດ

ທ່ານ ສຸກຂະ ຫຼຽນທອງຄໍາໄດ້ກ່າວຕື່ມວ່າ: ພາຍໃຕ້ການນໍາພາຂອງພັກເວົ້າລວມ, ເວົ້າສະເພາະອົງຄະນະພັກແຂວງບໍ່ແກ້ວຕໍ່ວຽກງານກວດກາໃນໄລຍະຜ່ານມາກໍຄືປັດຈຸບັນແມ່ນໄດ້ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ກົງຈັກການຈັດຕັ້ງ, ບຸກຄະລາກອນຂອງຄະນະກວດກາໄດ້ຮັບການປັບປຸງ ແລະ ຍົກບົດບາດເພີ່ມຂຶ້ນເລື້ອຍໆ, ອົງການກວດກາພັກ-ລັດໄດ້ເຮັດບົດບາດເປັນເສນາທິການດ້ານວຽກງານກວດກາພັກ-ລັດຕ້ານການສໍ້ລາດບັງຫຼວງໃນຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນ ປະກອບສ່ວນເຂົ້າໃນການປົກປ້ອງພັກ-ພະນັກງານ; ຖັນແຖວພະນັກງານ-ສະມາຊິກພັກ, ການຈັດຕັ້ງມີຄວາມເຂັ້ມແຂງ, ເຮັດໜ້າທີ່ຕົ້ນຕໍໃນການສະກັດກັ້ນ ແລະ ດໍາເນີນການກວດກາຕໍ່ຜູ້ລະເມີດກົດລະບຽບຂອງພັກ, ກົດໝາຍຂອງລັດ ຊຶ່ງຜ່ານມາສາມາດເກັບກູ້ເອົາຊັບສິນ, ເງິນ ຂອງລັດ, ຂອງລວມໝູ່ ແລະ ພົນລະເມືອງຄືນໄດ້ເປັນຈໍານວນບໍ່ໜ້ອຍທັງເປັນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ໃນໂອກາດນີ້ ສະຫາຍ ສຸກຂະ ຫຼຽນທອງຄໍາ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ ບໍ່ແກ້ວສະແດງຄວາມຂອບໃຈຮູ້ບຸນຄຸນຕໍ່ພະນັກງານນັກຮົບປະຕິວັດ ແລະ ປະຊາຊົນບັນດາເຜົ່າທີ່ໄດ້ອຸທິດຕົນສະຫຼະຊີວິດ, ເລືອດເນື້ອ ເຫື່ອແຮງໃນພາລະກິດປະຕິວັດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືການນໍາຂອງພັກ-ລັດ, ນັກຮົບປະຕິວັດ ແລະ ປະຊາຊົນບັນດາເຜົ່າໃນພາລະກິດໄລຍະໃໝ່; ໃນໂອກາດອັນສະຫງ່າລາສີ 70 ປີ ພັກນໍາພາຢ່າງມີໄຊ, ຂໍອວາຍພອນໄຊອັນປະເສີດມາຍັງການນໍາພັກ-ລັດທຸກຂັ້ນຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ມີຜົນສໍາເລັດໃນໜ້າທີ່ການເມືອງອັນສູງສົ່ງ ແລະ ມີກຽດສະຫງ່ານໍາພາປະເທດຊາດມັ່ງຄັ່ງເຂັ້ມແຂງ ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ມີຄວາມຮັ່ງມີີຜາສຸກ, ສັງຄົມມີຄວາມສະຫງົບ, ມີຄວາມສາມັກຄີເປັນປຶກແຜ່ນ, ຍຸຕິທໍາ ແລະ ສີວິໄລ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ